People Partners Laos

ສາງອາໄຫຼ່ລົດ

People Partners Laos  •  Vientiane, LA (Onsite)  •  3 hours ago
Apply
AI can make mistakes so check important info. Chat history is never stored.

Job Description

ຕຳແໜ່ງ: ພະນັກງານສາງອາໄຫຼ່ລົດ

ຈຸດປະສົງຂອງຕຳແໜ່ງ

ຮັບຜິດຊອບການຮັບ, ຈັດເກັບ, ຈ່າຍ ແລະ ຄວບຄຸມສະຕັອກອາໄຫຼ່ລົດໃຫ້ຖືກຕ້ອງ ເປັນລະບຽບ ແລະ ພ້ອມສຳລັບການຂາຍ ແລະ ການບໍລິການ.

ໜ້າທີ່ຮັບຜິດຊອບ

  • ຮັບອາໄຫຼ່ຈາກຜູ້ສະໜອງ ແລະ ກວດສອບຈຳນວນ, ລະຫັດສິນຄ້າ ແລະ ຄຸນນະພາບໃຫ້ຖືກຕ້ອງ.
  • ຈັດເກັບອາໄຫຼ່ເຂົ້າສາງຕາມປະເພດ ແລະ ຕຳແໜ່ງທີ່ກຳນົດ.
  • ຈ່າຍອາໄຫຼ່ໃຫ້ພະແນກຊ່າງ, ພະແນກຂາຍ ຫຼື ສາຂາ ຕາມໃບເບີກທີ່ໄດ້ຮັບອະນຸມັດ.
  • ບັນທຶກການຮັບ-ຈ່າຍອາໄຫຼ່ໃນລະບົບສາງ.
  • ກວດນັບສະຕັອກປະຈຳວັນ, ປະຈຳເດືອນ ແລະ ປະຈຳປີ.
  • ລາຍງານອາໄຫຼ່ທີ່ໃກ້ໝົດ, ເສຍຫາຍ, ລ້າສະໄໝໃຫ້ຫົວໜ້າຮັບຊາບ.
  • ຮັກສາຄວາມສະອາດ ແລະ ຄວາມເປັນລະບຽບຂອງສາງຕາມຫຼັກການ.
  • ຄວບຄຸມການຈັດເກັບອາໄຫຼ່ໃຫ້ປອດໄພ ແລະ ປ້ອງກັນການສູນຫາຍ.
  • ປະສານງານກັບພະແນກ ຝ່າຍຂາຍ, ຝ່າຍບໍລິການ, ຝ່າຍຈັດຊື້, ບັນຊີ ແລະ ພະແນກຊ່າງ
  • ວີ່ງຊື້ອາໄຫລ່ (ກໍລະນີຢູ່ໃກ້ຮ້ານ)

ຄຸນສົມບັດ

  • ຈົບອະນຸປະລິນຍາ ຫຼື ປະລິນຍາຕີ ສາຂາການຈັດການ, ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ.
  • ມີປະສົບການວຽກສາງອາໄຫຼ່ລົດ ຫຼື ສາງສິນຄ້າ 1 ປີຂຶ້ນໄປ (ຈະພິຈາລະນາເປັນພິເສດ).
  • ມີຄວາມຮູ້ພື້ນຖານກ່ຽວກັບອາໄຫຼ່ລົດ ແລະ ສາມາດອ່ານລະຫັດສິນຄ້າ ໄດ້.
  • ສາມາດໃຊ້ Microsoft Excel ແລະ ໂປຣແກຣມຈັດການສາງ.
  • ມີຄວາມລະອຽດ, ຊື່ສັດ, ຮັບຜິດຊອບ ແລະ ຕົງຕໍ່ເວລາ.
  • ສາມາດຍົກ ແລະ ເຄື່ອນຍ້າຍອາໄຫຼ່ໄດ້.
  • ສາມາດຍົກ ແລະ ເຄື່ອນຍ້າຍອາໄຫຼ່ໄດ້, ສາມາດເຮັດວຽກເປັນທີມ ແລະ ສື່ສານໄດ້ດີ.
  • ເພດຊາຍ ອາຍຸ 20-35ປີ.
  • ເຮັດວຽກ 6ມື້/ອາທິດ.
  • ມີທີພັກໃຫ້ຟຣີ, ລ້ຽງເຂົ້າສວຍ ແລະ ມີກິດຈະກຳສ້າງສັນທຸກ 2ເດືອນ.

ສາຍການລາຍງານ

  • ລາຍງານຕໍ່: ຫົວໜ້າທີມ ຫຼື ຜູ້ຈັດການ
  • ປະສານງານກັບ: ຝ່າຍຂາຍ, ຝ່າຍບໍລິການ, ຝ່າຍຈັດຊື້, ບັນຊີ
People Partners Laos

About People Partners Laos

108 People Partners simplifies and streamlines every aspect of managing an international workforce—from culture and onboarding to local payroll and compliance.

Designed for businesses of any size from SMEs to MNCs, our total HR solutions include Human Capital Management solutions, Global Payroll Outsourcing, and Employer of Record service across 150+ global markets.

Industry
Consulting & Advisory
Company Size
1-10 employees
Headquarters
Vientiane, LA
Year Founded
2020
Social Media